+85620 51749999 +85620 52288836

ປະຫວັດຄວາມເປັນມາ

ບໍລິສັດ ສະໜາມບິນສາກົນບໍ່ແກ້ວ ຈຳກັດ

ບໍລິສັດ ສະໜາມບິນສາກົນບໍ່ແກ້ວ ຈໍາກັດ ແມ່ນບໍລິສັດລູກທີ່ຖືຮຸ້ນ 100% ໂດຍ ບໍລິສັດ ກຣີເຕີເບ ເອເລຍອິນເວສເມັ້ນ ແອນ ດິວິລົບເມັ້ນ ຈຳກັດ.

ບໍລິສັດໄດ້ກໍ່ຕັ້ງຂຶ້ນໃນປີ 2021 ແລະ ໄດ້ຈົດທະບຽນຢ່າງເປັນທາງການຕາມໃບອະນຸຍາດການລົງທຶນ ໝາຍເລກ 01/ກຜທ.ຫຂສພ ລົງວັນທີ 26 ກຸມພາ 2021 ແລະ ໃບທະບຽນວິສາຫະກິດ ໝາຍເລກ 102/ຄຂພສ.ບກ ລົງວັນທີ 23 ເມສາ 2021ສຳນັກງານໃຫຍ່ຂອງ ບໍລິສັດຕັ້ງຢູ່ທີ່ສະໜາມບິນສາກົນບໍ່ແກ້ວໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາບ້ານໃຫຍ່ສີເມືອງງາມເມືອງຕົ້ນເຜິ້ງແຂວງບໍ່ແກ້ວສປປ ລາວ.

ບໍລິສັດ ສະໜາມບິນສາກົນບໍ່ແກ້ວ ຈຳກັດ ໄດ້ຮັບສິດ ຈາກບໍລິສັດແມ່ ໃນການຄຸ້ມຄອງບໍລິຫານ ແລະ ໃຫ້ບໍລິການສະໜາມບິນສາກົນບໍ່ແກ້ວຢ່າງເປັນທາງການ ຕາມສັນຍາສຳປະທານກັບລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຮູບແບບການລົງທຶນ BOT (ກໍ່ສ້າງ-ດຳເນີນງານ-ສົ່ງມອບ) ດ້ວຍອາຍຸສັນຍາສຳປະທານ 50 ປີ.

ວິໃສທັດ

ມຸ່ງໝັ້ນຍົກລະດັບສະໜາມບິນ ຂອງ ສປປ ລາວ ໃຫ້ມີມາດຕະຖານເທົ່າທຽມ ແລະ ເປັນທີ່ຍອມຮັບຂອງສາກົນໄປສູ່ການເປັນສະໜາມບິນຂະໜາດກາງຊັ້ນນຳໃນອາຊີຕາເວັນອອກສຽງໃຕ້ທີ່ມີການບໍລິການທີ່ດີທີ່ສຸດມີຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ສັງຄົມ

ພາລະກິດ

ສົ່ງເສີມການເຊື່ອມໂຍງທາງອາກາດໃນພາກພື້ນ ຜ່ານການຮ່ວມມືກັບສາຍການບິນ ແລະ ຜູ້ມີສ່ວນກ່ຽວຂ້ອງ

ພັດທະນາມາດຕະຖານຄວາມປອດໄພ ແລະ ຄວາມປ້ອງກັນ ຢ່າງຕໍ່ເນື່ອງໃຫ້ສອດຄ່ອງກັບກົດໝາຍສາກົນ ແລະ ລະບຽບພາຍໃນ

ໃຫ້ບໍລິການທີ່ປອດໄພ ສະດວກ ແລະ ໃສ່ໃຈ ເພື່ອສ້າງປະສົບການທີ່ດີໃຫ້ຜູ້ໂດຍສານ

ສົ່ງເສີມການເປັນສະໜາມບິນສີຂຽວ ເພື່ອຫຼຸດຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສົ່ງເສີມຄວາມຍືນຍົງໃນລະຍະຍາວ

ຫຼັກຄວາມຄິດ

ພວກເຮົາເຮັດວຽກໃນນາມ TEAM ທີ່ປະກອບດ້ວຍ ຄວາມໄວ້ໃຈຄວາມເປັນເລີດຄວາມຮັບຜິດຊອບ ແລະ ຄວາມເອົາໃຈໃສ່

Trust ຄວາມໄວ້ໃຈ

ພວກເຮົາສ້າງຄວາມເຊື່ອໝັ້ນ ແລະ ສົ່ງເສີມກຳລັງໃຈທີມງານ ຜ່ານການມອບໝາຍໜ້າທີ່ ຜ່ານຄວາມຊື່ສັດ ແລະ ຄວາມເອົາໃຈໃສ່

 Excellence ຄວາມເປັນເລີດ

 ພວກເຮົາມຸ່ງໝັ້ນໃນການສ້າງຜົນງານທີ່ໂດດເດັ່ນ ແລະ ເກີນຄາດຫວັງ

 Accountability ຄວາມຮັບຜິດຊອບ

 ພວກເຮົາຮັບຜິດຊອບກັບການກະທໍາຂອງຕົນເອງ ແລະ ຢືນຢັນໃນຄຳສັນຍາທຸກຂໍ້

  Mindfulness ຄວາມເອົາໃຈໃສ່

 ພວກເຮົາເຮັດວຽກດ້ວຍສະຕິ ໃສ່ໃຈຄົນຮອບຂ້າງ ແລະ ຄໍານຶງເຖິງຜົນກະທົບຕໍ່ສິ່ງແວດລ້ອມ