+85620 51749999 +85620 52288836

ເປົ້າໝາຍ ແລະ ພາລະກິດ

ເປົ້າໝາຍ

ບໍລິສັດ ສະໜາມບິນສາກົນບໍ່ແກ້ວ ຈຳກັດ ມີຄວາມມຸ່ງ ໝັັ້ນເຕັມທີ່ ທີ່ຈະປ່ຽນແປງ, ສ້າງຄຸນຄ່າ ແລະ ສ້າງການ ພັດທະນາແບບຍືນຍົງ ເພືອໃຫ້ສອດຄ່ອງກັບວິໄສທັດການ ເຊື່ອມໂຍງ-ເຊື່ອມຈອດຂອງລັດຖະບານລາວ. ເຊິ່ງພວກເຮົາ ພະຍາຍາມໃນການສະໜອງພື້ນຖານໂຄງລ່າງທີ່ທັນສະໄໝ, ປອດໄພ ແລະ ໝັັ້ນຄົງ ໃຫ້ແກ່ການ ຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ. ພ້ອມດຽວກັນກໍ່ເພືອເປັນການປະກອບສ່ວນໃຫ້ແກ່ ການພັດທະນາເສດຖະກິດ ແລະ ສັງຄົມຂອງຊາດລາວ, ພັກດັນສົ່ງເສີມການພັດທະນາສີມືແຮງງານລາວໃຫ້ກ້າວສູ່ລະດັບສາກົນຢ່າງບໍ່ສິ້ນສຸດ.

ພາລະກິດ

ແມ່ນການໃຫ້ບໍລິການສະໜາມບິນທີ່ມີຄວາມປອດໄພ, ຍົກສູງລະດັບຄວາມປອດໄພ ແລະ ປ້ອງກັນຄວາມປອດໄພດ້ານການບິນ ໃຫ້ສອດຄ່ອງກັບກົດໝາຍການບິນພົນລະເຮືອນລາວ, ລະບຽບການ ແລະ ມາດຕະຖານສາກົນ, ສົ່ງເສີມ ແລະ ພັດທະນາຄຸນນະພາບການໃຫ້ບໍລິການ, ປະກອບສ່ວນເຂົ້າໃນການ ຂະຫຍາຍຕົວ ແລະ ພັດທະນາ ອຸດສາຫະກຳການບິນສືບໄປ.